ວິຊາ ພາສາລາວ ຊັ້ນປ.1
ບົດທີ 15 ຫົວບົດ ໂxະ
ໂx ເວລາ
4 ຊົ່ວໂມງ
ຈຸດປະສົງ
|
ເນື້ອໃນ
|
ກິດຈະກຳການຮຽນ-ການສອນ
|
ສື່ການສອນ
|
ເວລາ
|
ປະເມີນ
|
-
ເພື່ອໃຫ້ນັກຮຽນສາມາດ:
-
ເວົ້າຊື່ຮູບບັດໄດ້.
|
ບັດທີ່ມີສຽງສະຫຼະ
ໂxະ
ໂx
|
v ຂັ້ນນຳ
-
ຄູແລະນັກຮຽນເຄົາລົບກັນ
-
ສ້າງບັນຍາກາດ.
-
ກວດຈຳນວນພົນ
-
ທວນຄືນບົດເກົ່າ:
v ຂັ້ນສອນ
ສົນທະນາກ່ຽວກັບຮູບ.
ຄູຍົກຮູບບັດໃຫ້ນັກຮຽນເບິ່ງ.(ເດັກຊາຍປູໂຕະ
ຊ່າງຕີໂອ)
-
ຄູຖາມນັກຮຽນວ່າອັນນີ້ແມ່ນຮູບຫຍັງ?
![]() ![]()
-
ຄູຍົກບັດຄຳສະຫຼັບກັນໃຫ້ນັກຮຽນຄົນອື່ນຕອບຈົນໝົດເວລາທີ່ເໝາະສົມ.
·
ຄູແນະນຳວ່າ - ການຕອບຄຳຖາມຕ້ອງເວົ້າເປັນປະໂຫຍກທີ່ສົມບູນ.
-
ການອ່ານຕ້ອງອອກສຽງແຈ່ມແຈ້ງ
ເຝິກອ່ານຄຳສັບ
- ຄູອ່ານໃຫ້ັນັກຮຽນເບິ່ງ
- ຄູອ່ານໃຫ້ນັກຮຽນຟັງ
1 -2 ເທື່ອ.
- ຄູໃຫ້ນັກຮຽນອ່ານພ້ອມກັນ
1 -3ເທື່ອ.
- ຄູໃຫ້ນັກຮຽນອ່ານເປັນກຸ່ມ
ແລະ ເປັນບຸກຄົນ.
·
ຄູສະຫຼຸບດ້ວຍການຖາມວ່າ: - ແຕ່ລະຄຳມີສຽງແລະຄວາມໝາຍຕ່າງກັນບໍ່?
ສຽງຕ່າງກັນຢູ່ບ່ອນໃດ?
- ການອ່ານແຕ່ລະຄຳຕ້ອງອ່ານອອກສຽງແຈ່ມແຈ້ງ.
·
ຫັດຂຽນງາມ
- ຄູນັກເອົາປື້ມຂຽນອອກມາ.
- ຄູຂີດເສັ້ນຄືກັບຢູ່ປື້ມແບບຮຽນໃສ່ກະດານ.
- ຄູຂຽນ ໂxະ ໂຕ໊ະ ໂx ໂອ ເຕັມແຖວຂື້ນກະດານ.
- ຄູແນະນຳໃຫ້ນັກຮຽນຂຽນໃສ່ປື້ມຂອງຕົນເອງ.
- ຄູຕິດຕາມນັກຮຽນຊ່ວຍເຫຼືອທີ່ນັກຮຽນ
ຂຽນບໍ່ເປັນ.
·
ຄູແນະນໍາວ່າ
ການຂຽນຕ້ອງຂຽນຕາມແຖວໃຫຍ່.
ແລະເປັນຄອງສະເໝີ
-
ຫາງສະຫຼະໂອຕ້ອງລື່ນແຖວໃຫຍ່ືອກເຄີ່ງໜຶ່ງ
-
ກວດການຂຽນຂອງນັກຮຽນ.
v ເຝິກເວົ້າ
ກ່ຽວກັບຮູບ.
- ນາຍຄູໃຫ້ນັກຮຽນເບິ່ງບົດທີ 15 ໜ້າ 29 ( ປ້າປູໂຕ໊ະ ປູ່ຕີໂອ)
- ຄູຖາມນັກຮຽນແຕ່ລະຮູບວ່າ :
ອັນນີ້ແມ່ນຮູບຫຍັງ ?
·
ອັນນີ້ແມ່ນຮູບປ້າປູໂຕ໊ະ
·
ອັນນີ້ ແມ່ນຮູບ ປູ່ຕີໂອ
![]()
- ໂຕະ
ອອກສຽງສະຫຼະຫຍັງ ? ແລະ ມີວັນນະຍຸດຫຼື ບໍ່ ?
- ໂອ
ອອກສຽງສະຫຼະຫຍັງ ? ແລະ ມີວັນນະຍຸດຫຼື ບໍ່ ?
- ຄູໃຫ້ນັກຮຽນເວົ້າຄຳອື່ນ
ທີ່ມີສຽງສະຫຼະ
ໂxະ ໂx ນອກຈາກປື້ມແບບຮຽນ.
- ຄູຂຽນຄຳທີ່ນັກຮຽນແຕ່ລະຄູ່ເວົ້າຢູ່ກະດານ
·
ສະຫຼຸບ : ຄູແລະນັກຮຽນຮ່ວມກັນຫຼຸບໂດຍອີງໃສ່ຄຳຕອບຢູ່ກະດານ.
ເຝິກອ່ານຄຳສັບ
- ຄູໃຫ້ນັກຮຽນເບິ່ງເນື້ອໃນຫັດອ່ານ
ບົດທີ 9
- ຄູອ່ານໃຫ້ນັກຮຽນຟັງ
1-2 ເທື່ອ.
- ຄູພານັກຮຽນອ່ານພ້ອມກັນ
2-3 ເທື່ອ.
- ຄູໃຫ້ນັກຮຽນເປັນກູ່ມ
ແລະເປັນບຸກຄົນ.
·
ຄູຖາມນັກຮຽນວ່າ : ແຕ່ລະຄຳມີສຽງແລະ ຄວາມໝາຍຕ່າງກັນບໍ່?
ຕ່າງກັນແນວໃດ ?
·
ການອ່ານ : ແຕ່ລະຄຳຕ້ອງອອກສຽງໃຫ້ແຈ່ມແຈ້ງ
v ແຕ້ມຮູບ
ແລະເວົ້້າ
- ຄູໃຫ້ນັກຮຽນເບິ່ງແລະສົນທະນາກັນກ່ຽວກັບຮູບຢູ່ທ້າຍບົດເນັ້ນໃສສະຫຼະໂxະ
ໂx
- ໃຫ້ແຕ່ລະຄົນແຕ້ມຮູບໃດໜຶ່ງທີີ່ຕົນມັກ.
- ໃຫ້ນັກຮຽນສະເໜີຊື່ຂອງຕົນເອງ
ແລະເວົ້າກ່ຽວກັບຮູບທີ່ຕົນເອງແຕ້ມ.
v ຂັ້ນສະຫຼຸບ
- ຄູແລະນັກຮຽນຮ່ວມກັນສະຫຼຸບຄືນ
ກ່ຽວກັບການອ່ານ.
- ຄູຖາມນັກຮຽນວ່າ
:
1.
ຮູບໃດອອກສຽງສະຫຼະໂxະ ?
2.
ຮູບໃດອອກສຽງສະຫຼະໂx ?
v ຂັ້ນວັດຜົນ
-
ກວດກາຜົນງານຂອງນັກກຮຽນ
ກວດການຂຽນ ສະຫຼະ ໂxະ ໂຕະ ໂx ໂອ ມີຫົວມີຫາງເຕັມແຖວທີ່ກຳນົດ.
|
ແບບຮຽນ
ເດັກຊາຍປູໂຕະ
ຊ່າງຕີໂອ
ບັດຄຳ
-
ປູໂຕະ
-
ຕີໂອ
|
|
ສັງເກດຈາກ:
|
ອຳນວຍການ ວິຊາການ
ວັນທີ ..................
ຄູປະຈໍາຫ້ອງ
ความคิดเห็น
แสดงความคิดเห็น
ທ່ານສາມາດຂຽນຄວາມຄິດເຫັນໄດ້ທີ່ນີ້