ບົດລາຍງານ

ສາທາລະນະລັດ  ປະຊາທິປະໄຕ  ປະຊາຊນລາວ
        ສັນຕິພາບ  ເອກະລາດ  ປະຊາທິປະໄຕ ເອກກະພາບ  ວັດທະນະຖາວອນ                                             
ກະຊວງສກສາທິການ ແລະ ກິລາ                                                                                        ເລກ  ……./  ວຄກ/2014
ວິທະຍາໄລຄູບ້ານເກິນ                                                                                                  ວັນທີ……/…./  2014
ສາຍພາສາລາວ
ໃບຮັບຮອງການປ້ອງກັນບົດລາຍງານຈົບຊັ້ນອະນຸປະລິນຍາຕໍ່ເນື່ອງພັກທ້າຍ
ສົກຮຽນສາຍ ຄູປະຖົມ
ຫົວບົດ.   ບັນຫາການສອນພາສາລາວຊັ້ນ ປ5 ຕໍ່ກັບຫົວບົດ ບຸນທາດຫຼວງ
v   ລາຍຊື່ກຸ່ມຜູ້ຂຽນບົດ
ທ້າວ                                                                                        ເລກທະບຽນ  ……….ສາຍຄູປະຖົມ
ນາງ                                                                                        ເລກທະບຽນ  ……….ສາຍຄູປະຖົມ
ນາງ                                                                                ເລກທະບຽນ  ……….ສາຍຄູປະຖົມ
v  ຊື່ແລະນາມສະກຸນອາຈານທີ່ເປິກສາ
ອາຈານ ......................                              ລາຍເຊັນ…………….
v  ຄະນະກຳມະການປ້ອງກັນບົດລາຍງານຈົບຊັ້ນລະບົບອານຸປະລິນຍາຕໍ່ເນື່ອງພັກທ້າຍສົກຮຽນ
1.ອາຈານ…………………………………………………ເປັນປະທານ,      ລາຍເຊັນ.
2.ອາຈານ…………………………………………………ເປັນກຳມະການ,    ລາຍເຊັນ.
3.ອາຈານ…………………………………………………ເປັນກຳມະການ    ລາຍເຊັນ.
4.ອາຈານ…………………………………………………ເປັນກຳມະການ    ລາຍເຊັນ.
5.ອາຈານ…………………………………………………ເປັນກຳມະການ    ລາຍເຊັນ.
ບົດລາຍງານຈົບຊັ້ນເຫຼັ້ມນີ້​​  ໄດ້ຜ່ານການກວດກາ  ແລະ ປ້ອງກັນຜ່ານຈາກຄະນະກຳມະການຢ່າງເປັນ​ເອ​ກະ​ພາບເອກະພາບໃນຄັ້ງວັນທີ……./…………/2018    ດັ່ງນັ້ນ, ທາງຄະນະປະທານກໍຄືຜູ້ອຳນວຍການ ວິທະຍາໄລຄູ ບ້ານເກິນຈງໄດ້ອອກໃບຮັບຮອງສະບັບນີ້ ໃຫ້ແກ່ກຸ່ມຜູ້ຂຽນບົດຢ່າງຖືກຕ້ອງ ຕາມລະບຽບຫຼັກການ  
                                                                                                ຜູ້ອຳນວຍການວິທະຍາໄລຄູບ້ານເກິນ        






ໃບກຽດຕິຄຸນ
ຕະຫຼອດເວລາ, ທີ່ກຸ່ມຜູ້ຂຽນບົດ ໄດ້ສກສາຢູ່ສາຍຄູປະຖົມ ວິຊາພາສາລາວ ກຸ່ມຜູ້ຂຽນບົດ,ຂໍສະແດງ  ຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງສູງຕໍ່ກັບ ທ່ານ ອາຈາພຸດ​ທະ​ຈັນ ລາດ​ຊະ​ວົງ ເຊິ່ງເປັນຜູ້​ຊີ້ນຳໂດຍກົງ ໃກ້ຊິດຕິດແທດ ແລະ ໃຫ້ຄວາມກະລຸນາໃນການຕອບສະໜອງຂໍ້ມູນອັນມີຄ່າ ສູງເພື່ອໃຊ້ເຂົ້າໃນການຄົ້ນຄວ້າ ແລະ ຂຽນບົດຈົບຊັ້ນລະບົບອານຸປະລິນຍາຕໍ່ເນື່ອງພັກທ້າຍສົກຮຽນຄັ້ງນີ້.                    
ນອກຈາກນີ້,ຂໍສະແດງຄວາມຂອບໃຈມາຍັງຄະນະກຳມະການກວດບົດປ້ອງກັນບົດທຸກໆທ່ານທີ່ໄດ້ ສະຫຼະເວລາອັນມີຄຸນຄ່າໃນການກວດແກ້ບົດໃຫ້ມີຄວາມຊັດເຈນທາງດ້ານເນື້ອໃນ ແລະ  ຄົບຖ້ວນທັງດ້ານຮູບ ການໃນການປ້ອງກັນບົດຄັ້ງນີ້ຕະຫຼອດໄລຍະ3ສົກຮຽນໃນການສກສາຢູ່ທີ່ນີ້. ກຸ່ມຜູ້ຂຽນບົດບໍ່ອາດສາມາດຫຼົງລືມບັນດາອາຈານຜູ້ທີ່ມີບຸນ ຄຸນທີ່ໄດ້ສົ່ງຄວາມຮູ້ ແລະ ບົດຮຽນອັນໃໝ່ໃຫ້ແກ່ກຸ່ມຜູ້ຄົ້ນຄວ້າ  ພ້ອມນີ້ກໍຂໍຂອບໃຈບັນດາອາຈານໃນສາຍຄູປະຖົມ  ທຸກໆທ່ານທີ່ໄດ້ໃຫ້ຄວາມກະລຸນາຊ່ວຍເຫຼືອ,ຄຳແນະນຳ,ຄຳເປິກສາຫາລື ແລະ ຊ່ວຍໃຫ້ຄວາມຄິດຄວາມ ເຫັນທີ່​ເປັນປະໂຫຍດຕໍ່ການຂຽນບົດຈົບຊັ້ນ ລະບົອານຸປະລິນຍາຕໍ່ເນື່ອງພັກທ້າຍສົກຮຽນໃນຄັ້ງນີ້ຈົນສຳເລັດ                                               
ສຸດທ້າຍ.ກຸ່ມຜູ້ຂຽນບົດ,​ຂໍສະແດງຄວາມຂອບໃຈ​ຜູ້ອຳນວຍການວິທະຍາໄລຄູບ້ານເກິນ.ຫົວໜ້າສາຍຄູປະຖົມຕະຫຼອດເຖິງບັນດາພາກສ່ວນຕ່າງໆທີ່ໄດ້ອຳນວຍ ແລະ ສ້າງເງ່ື່ອນໄຂອັນສະດວກໃຫ້ແກ່ການນຂຽນບົດ  ຄັ້ງນີ້ຈົນສຳເລັດ.ພ້ອມດຽວກັນນີ້ກູຸ່ມຜູ້ຂຽນບົດ ກໍຂໍສະແດງຄວາມກະຕັນຍູຕໍ່ພໍ່ແມ່,ອ້າຍເອື້ອຍນ້ອງຜູ້ມີບຸນຄຸນທຸກ ຖ້ວນໜ້າ ຕະຫຼອດຮອດໝູ່ເພື່ອນທຸກໆຄົນ ທີ່ໄດ້ໃຫ້ຄວາມທຊ່ວຍເຫຼືອທາງດ້ານ​ຂໍ້ມູນ ແລະ ກຳລັງໃຈຕະຫຼອດ ມາຈົນເຮັດໃຫ້ຜູ້ຂຽນບົດໄດ້ສຳເລັດ ການສກສາໃນລະບົບອານຸຸປະລິນຍາຕໍ່ເນື່ອງພັກທ້າຍສົກຮຽນເປັນຢ່າງດີ ແລະ ຂໍ ອວຍພອນມາຍັງໂອກາດນີ້ດ້ວຍຂໍອວຍພອນໄຊໃຫ້ບັນດາທ່ານຈົ່ງມີສຸຂະພາບເຂັ້ມແຂງ,ປັດສະຈາກໂລກໄພໄຂ້ເຈັບ ແລະ ຈະເລີນທາງໜ້າທີ່ການງານດ້ວຍເຖີ້ນ.
ດ້ວຍຄວາມເຄົາລົບນັບຢ່າງສູງ
                   ທ້າວ .......................
                   ນາງ  ........................        
                                 ນາງ .....................                       
                   ນັກສກສາລະບົບອານຸປະລິນຍາຕໍ່ເນື່ອງພັກທ້າບສົກຮຽນ                                                          ລຸ່ນທີ1     (2017 – 2018)
                        






               
ຄຳນຳ
ໃນປັດຈຸບັນນີ້ການສກສາໃນທົ່ວທຸກມຸມໂລກແມ່ນມີຄວາມສຳຄັນຫຼາຍທີ່ສຸດ, ເວົ້າສະເພາະຢູ່ລາວພັກ ແລະ ລັດຖະບານໄດ້ເຫັນຄວາມສຳຄັນ ແລະ ໄດ້ຖືເອົາການສຶກສາເປັນບູລິມະສິດອັນດັບໜຶ່ງ ຂອງ​ການພັດທະນາ​ເພື່ອ​ພັດ​ທະ​ນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້,ຄວາມສາມາດມີຄຸນສົມບັດສິນທຳປະຕິວັດທີ່ດີແນໃສ່ເພື່ອແຜນຍຸດທະສາດ  ການສຶກສາແຫ່ງຊາດໃຫ້ບັນລຸເປົ້າໝາຍຕາມທີ່ໄດ້ກຳນົດໄວ້ໃຫ້ມີປະສິດທີ່ຜົນ. ສະນັ້ນ,ການຮຽນ - ການສອນຢູ່ ໂຮງຮຽນປະຖົມສົນບູນບ້ານນາສະຫວ່າງ ວິຊາພາສາລາວກໍແມ່ນສາຂາວິຊາໜຶ່ງທີ່ມີຄວາມສຳຄັນ ແລະ ຄຽງຄູ່ ກັບວິຊາອື່ນໆໃນນັ້ນວິຊາພາສາລາວ ກໍແມ່ນວິຊາໜຶ່ງທີ່ມີຄວາມສຳຄັນກວ່າໝູ່ ຍ້ອນວ່າ ມັນເປັນຮີດຄອງວັດ ທະນະທຳຂອງຊາດ ແລະ ເປັນຜະລິດຕະພັນທີ່ກຳເນີດມາຈາກໝາກຜົນແຫ່ງການອອກແຮງງານຂອງຄົນລາວໂດຍ ຜ່ານຫຼາຍຍຸກຫຼາຍສະໄໝ.                            
ດັ່ງນັ້ນ,ກຸ່ມຜູ້ຂຽນບົດຈຶ່ງໄດ້ຂຽນບົດລາຍງານຈົບຊັ້ນອານຸປະລິນຍາເຫຼັ້ມນີ້ຂື້ນມາເພື່ອເປັນເອກະສານ  ປະກອບການຮຽນ-ການສອນຂອງວິຊາພາສາລາວໃຫ້ນັບມື້ອຸດົມສົມບຸນຂື້ນ.ນອກຈາກນີ້ເອກະສານດັ່ງກ່າວຈະ ຊ່ວຍໃຫ້ຄວາມຮູ້ ແລະ ຂໍ້ຄິດອັນດີແກ່ຜູ້ຊົມໃຊ້ເພື່ອໄປໝູນໃຊ້ໃນວຽກງານຕ່າງໆ. ຈຸດປະສົງທີ່ກຸ່ມຜູ້ຂຽນບົດ  ລາຍງານຄັ້ງນີ້ ແມ່ນເພື່ອຢາກໃຫ້ນັກຮຽນສຶກສາຮູ້ຄຸນຄ່າຂອງວິຊາພາສາລາວ ແລະ ເສີມຂະຫຍາຍຍືນຍົງຄົງ ຕົວຈະຫຼອດໄປ.                                                                
ເຖິງຢ່າງໃດກໍຕາມການຂຽນບົດລາຍຈົບຊັ້ນ ລະບົບອານຸປະລິນຍາຕໍ່ເນື່ອງພັກທ້າຍສົກຮຽນກຸ່ມຜູ້ຂຽນ ບົດໃນຄັ້ງນີ້. ດ້ວຍເວລາອັນຈຳກັດ ຈຳນວນໜ້າບົດລາຍງານກໍຈຳກັດ ສົມທົບໃສ່ປະສົບການຂອງກຸ່ມຜູ້ຂຽນບົດ ກໍບໍ່ທັນພຽງພໍ. ສະນັ້ນ,ຄວາມຂາດຕົກບົກຜ່ອງທາງດ້ານເນື້ອໃນ,ປະໂຫຍກ ແລະ ຄຳສັບຍ່ອມເກີດມີ. ດັ່ງນັ້ນ, ກໍບໍ່ ອາດປາສະຈາກໄດ້ເຖິງຂໍ້ຂາດຕົກບົກຜ່ອງ,ຜູ້ທີ່ສຶກສາຄົ້ນຄວ້າໃນປື້ມເຫຼັ້ມນີ້ຂໍ້ໃຫ້ຄວາມຮ່ວມມື ແລະ ໃຫ້ຄຳຄິດຄຳເຫັນ,ຕຳນິຕິຊົມຕໍ່ບົດລາຍງານຄັ້ງນີ້.ກຸ່ມຜູ້ຂຽນບົດຍິນດີຕ້ອນຮັບເອົາຄຳຕຳນິຕິຊົມຂອງບັນດາທ່ານທຸກຄຳຄິດເຫັນອັນເປັນປະໂຫຍດຢ່າງຍິ່ງໃຫ້ແກ່ການປັບປຸງແກ້ໄຂ້ບົດລາຍງານເຫຼັ້ມນີ້ໃຫ້ດີຂື້ນໃນອານາຄົດ.





ບົດສະແດງຄວາມຂອບໃຈ
        ຄະນະຜູ້ຂຽນບົດລາຍງານຈົບຊັ້ນສູງຕໍ່ເນື່ອງພັກທ້າຍປີຮຽນ ສາຍຄູປະຖົມ ຂໍຖືເປັນກຽດສະແດງຄວາມຮູ້ບຸນຄຸນມາຍັງທ່ານ ອາຈານ ສີນວນ ແກ້ວບຸນມາ ຄູທີ່ປຶກສາ ທີ່ໃຫ້ຄວາມກະລຸນາຊີ້ນໍາຊ່ວຍໃນການຂຽນບົດ ຂອງພວກຂ້າພະເຈົ້າໃນຄັ້ງນີ້ ໃຫ້ມີຜົນສຳເລັດເປັນຢ່າງດີ .                                                               
           ຂໍຂອບໃຈມາຍັງບັນດາອາຈານພາຍໃນວິທະຍາໄລຄູບ້ານເກິນ ທຸກທ່ານທີ່ໃຫ້ການຊ່ວຍເຫຼືອ ແລະ ແນະນໍາພ້ອມທັງໃຫ້ຄວາມເປັນຫ່ວງເປັນໄຍ ຢ່າງສະເໝີຕົ້ນສະເໝີປາຍໃຫ້ຄວາມສຳຄັນຕໍ່ການຂຽນບົດລາຍງານໃນຄັ້ງນີ້.                                                                                                                   
      ຂໍຂອບໃຈມາຍັງອາຈານທຸກທ່ານທີ່ສອນໃນສາຍຄູປະຖົມ ແລະ ພະນັກງານຫ້ອງໝຸດທີ່ໃຫ້ຄວາມສະດວກໃນການຄົ້ນຄວ້າເອກະສານແລະຂໍ້ມູນເພື່ອສະດວກໃນການບົດລາຍງານເຫຼັ້ນນີ້ໃຫ້ມີຄວາມອຸດົມສົມບູນ.                                                                                                            
   ຂໍຂອບໃຈມາຍັງໝູ່ເພື່ອນັກສຶກສາທຸກຄົນໃຫ້ຄວາມຮ່ວມມື ພ້ອມກັນຜ່ານຜ່າອຸປະສັກນາໆປະການຈົນເຮັດໃຫ້ການຂຽນບົດຈົບຊັ້ນສູງ ຂອງພວກຂ້າພະເຈົ້າໃນຄັ້ງນີ້ສຳເລັດໄປດ້ວຍດີ. ພິເສດກໍຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງຄອບຄົວ,ພໍ່, ແມ່,ອ້າຍນ້ອງທຸກຄົນທີ່ໃຫ້ການອຸປະຖຳຄ້ຳຊູຊ່ວຍເຫຼືອທາງດ້ານທຶນຮອນ ແລະ ໃຫ້ໂອກາດມາຮໍ່າຮຽນຈົນສໍາເລັດການສຶກສາແລະ ມີຄວາມພາກພຸມໃຈ ເປັນຜົນສຳເລັດອັນຫຍິ່ງໃຫຍ່ໃນຄັ້ງນີ້.                                                                                                                                                                                       














ບົດສັງລວມຫຍໍ້
          ບົດລາຍງານນີ້ມີຈຸດປະສົງເພື່ອປັບປຸງແລະພັດທະນາຂະບວນການຮຽນ-ການສອນ ວິຊາພາສາລາວ ທີ່ໂຮງຮຽນປະຖົມສົມບູນ ລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງ ໄຊສົມບູນ ເວົ້າລວມ,ເວົ້າສະເພາະແມ່ນຢູ່ໃນຊັ້ນປະຖົມ ປ5 ເພຶ່ອໃຫ້ນັກຮຽນສາມາດອ່ານອອກສຽງຄຳສັບທີ່ຂຶ້ນຕົ້ນດ້ວຍໂຕ A (ant, apple,arm).ຄະນະຜູ້ຂຽນໄດ້ຄົ້ນຄວ້າເຖິງສະພາບບັນຫາ,ກຳນົດຈຸປະສົງ ຊອກຄົ້ນຄວ້າກ່ຽວກັບທິດສະດີແລະວິທີສິດສອນທີ່ແທດເໝາະເພື່ອມາປັບປຸງແກ້ໄຂ ກ່ຽວກັບສະພາບບັນຫາດັ່ງກາວ
ຜ່ານການສັງເກດການຮຽນ-ການສອນ ຫຼືການອ່ານຕົວຈິງຂອງນັກຮຽນເຫັນວ່າຍັງມີຈໍານວນໜ້ອຍໜຶ່ງທີ່ອອກສຽງບໍ່ທັນຖືກຕ້ອງ. ດັ່ງນັ້ນຜູ້ສອນຈຶ່ງໄດ້ນຳໃຊ້ວິທີການສອນແບບສາທິດການອອກສຽງ ant ເຊິ່ງຄູເປັນຕົວຢ່າງໃນການອ່ານໃຫ້ນັກຮຽນຟັງ,ສັງເກດແລ້ວພານັກຮຽນອ່ານຕາມຫຼັງຫຼາຍໆຄັ້ງ,ບົ່ງຕົວນັກຮຽນຜູ້ທີ່ອອກສຽງບໍ່ທັນຖືກຕ້ອງໃຫ້ລຸກຂຶ້ນອ່ານຫຼາຍໆຄັ້ງຈົນໃຫ້ເຂົາເຈົ້າມີຄວາມ












ບົດທີ1
ພາກສະເໜີ
1.  ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ.                           
1.1       ຄວາມເປັນມາ  
ການຮຽນ - ການສອນປະກອບດ້ວຍຫຼາກຫຼາຍວິຊາຮຽນເຊິ່ງບັນດາວິຊາຕ່າງໆເຫຼົ່ານັ້ນລ້ວນ ແຕ່ໃຫ້ຄວາມຮູ້ອັນສຳຄັນໃນການດຳລົງຊີວິດ ແລະ ພັດທະນາຄວາມສາມາດໃຫ້ກວ້າງຂວາງຂື້ນເລື້ອຍໆ  ໃນນັ້ນ,ວິຊາພາສາລາວກໍນັບວ່າເປັນວິຊາໜຶ່ງທີ່ມີຄວາມສຳຄັນໃນຂະແໜງວຽກງານວິຊາການ,ພາສາລາວ   ລະດັບປະຖົມສຶກສາມີຄວາມປານີດສະຫຼັບສັບຊ້ອນໃນການຄົ້ນຄິດ, ຂະບວນການຮຽນຮູ້ແມ່ນມີລັກສະນະ  ນາມມະທຳໂດຍທົ່ວໄປ ແລ້ວ ພາສາລາວລະດັບຊັ້ນປະຖົມສຶກສາຈະມີລັກສະນະຫົວລ້ຽວຫົວຕໍ່ລະຫວ່າງ ຄວາມຄິດຄວາມເຂົ້າໃຈໃນລັກສະນະຮູບປະທຳ ແລະ ນາມມະທຳ,ການອະທິບາຍຈຸດປະສົງ ແລະ ຍົກຕົວຢ່າງ ເລື່ອງປະໂຫຍດຂອງວິຊາ ພາສາລາວໃນດ້ານຕ່າງໆໃຫ້ຜູ້ຮຽນຊັ້ນປະຖົມສຶກສາເພື່ອສຶກສາເກີດ ຄວາມເຂົ້າໃຈເປັນເລື່ອງຈຳເປັນ ແລະ ສຳຄັນຫຼາຍໂດຍ ປົກກະຕິແລ້ວຜູ້ກຳລັງຢູ່ໃນໄວສົນໃຈຢາກເຂົ້າໃຈ ແລະຢາກຮູ້, ຢາກເຫັນ.ສະນັ້ນ,ຜູ້ສອນຕ້ອງສອນໂດຍຖືເອົາຜູ້ຮຽນເປັນສຳຄັນຕັ້ງໜ້າສົ່ງເສີມ ແລະ ພັດທະນາຜູ້ຮຽນໃນທຸກດ້ານ,ເຮັດໃຫ້ຜູ້ຮຽນເກີດຄວາມສາມາດໃນການແກ້ບັນຫາຢ່າງມີປະສິດຕິພາບ,ຮູ້ຈັກຄິດ,ຮູ້ຈັກເຮັດເກີດຄວາມຮູ້ສຶກສະໜຸກສະໜານແລະມີຄວາມຮູ້ສຶກທີ່ດີຕໍ່ສິ່ງທີ່ໄດ້ຮຽນ.                                                                                                                             
  ເມື່ອເວົ້າເຖິງວິທີສອນແມ່ນວິທີປະຕິບັດເສັ້ນທາງເຄື່ອນໄຫວຂອງຄູແລະນັກຮຽນໂດຍມີການຊີ້ນຳ ຂອງຜູ້ເປັນຄູ.ເພື່ອຈຸດປະສົງເຮັດໃຫ້ນັກຮຽນກຳໄດ້ຄວາມຮູ້ຢ່າງໜັກແໜ້ນ,ມີຄວາມຊຳນິຊຳນານແລະ ຊິນເຄີຍ,ຂະຫຍາຍຄວາມສາມາດໃນການຮັບຮູ້, ສ້າງໃຫ້ນັກຮຽນມີໂລກະທັດຢ່າງຖືກຕ້ອງຊຶ່ງການສິດສອນ  ພາສາລາວມີຫຼາຍວິທີເຊິ່ງແຕ່ລະວິທີມີລັກສະນະຈຸດພິເສດ ແລະ ວິທີການສອນແຕກຕ່າງກັນ.                                       ໃນປັດຈຸບັນນີ້ ຂະບວນການຮຽນ-ການສອນຢູ່ໂຮງຮຽນແຫ່ງຕ່າງໆ ພາຍໃນປະເທດເຮົາໄດ້ນຳ ໃຊ້ຫຼາຍວິທີເຂົ້າໃນການຈັດການຮຽນ-ການສອນເຊິ່ງມີທັງການສິດສອນແບບເກົ່າ ແລະ ແບບໃໝ່ ໃນນັ້ນ,  ການສິດສອນແບບ“ ການຈັດກິດຈະກຳການຮຽນ-ການສອນແບບສີ່ທັກສະ” ກໍແມ່ນສ່ວນໜຶ່ງຂອງວິທີການ  ສອນແບບໃໝ່ດ້ວຍເຫດນີ້ ມັນຈຶ່ງເປັນແຮງບັນດານໃຈໃຫ້ຄະນະຜູ້ສຶກສາມີຄວາມສົນໃຈຢາກສຶກສາຫົວຂໍ້  ຜົນການປະຕິບັດການສອນແບບການຈັດກິດຈະກຳການຮຽນແບບສີ່ທັກສະຕໍ່ກັບວິຊາ ພາສາລາວຊັ້ນປະ  ຖົມສຶກສາປີທີ5 ບຸນທາດຫຼວງ ສອນນັກຮຽນຂັ້ນ ປ5 ຂອງໂຮງຮຽນປະຖົມສົມບູນ ສົກຮຽນ2013-2014 ເພື່ອປະເມີນຜົນທີ່ໄດ້ຮັບຈາກການປະຕິບັດການສອນແບບບັນຍາຍຈັດກິດຈະກຳການຮຽນດ້ວຍສີ່ທັກສະວ່າມີປະສິດທິ  ພາບໜ້ອຍ ຫຼື ຫຼາຍພຽງໃດເພື່ອນຳເອົາຜົນດັ່ງກ່າວໄປໝູນໃຊ້ເຂົ້າໃນຂົງເຂດວຽກງານການສຶກສາເຮັດໃຫ້ວຽກງານການສຶກສານັບມື້ນັບມີປະສິດທິພາບສູງຂື້ນກວ່າເກົ່າ.                                     
1.2 ຄວາມສຳຄັນຂອງບັນຫາ                                                                                         
   ທາດຫຼວງວຽງຈັນມີຄວາມໝາຍວ່າທາດໃຫຍ່ ເຊິ່ງຕັ້ງຢູ່ນະຄອນຫຼວງວຽງຈັນ .ເປັນທາດທີ່ຂື້ນຊື່ ລືຊາ ໂດຍແມ່ນເຈົ້າໄຊຍະເຊດຖາທິລາດເປັນຜູ້ນຳພາປະຊາຊົນຊາວວຽງຈັນສ້າງຂື້ນປີ ຄ.ສ 1566 ທາດຫຼວງເປັນສະຖາປັດຕະຍະກຳທີ່ດີເດັ່ນ, ເປັນສົມບັດລວມຂອງຊາດ ເຊິ່ງສະແດງເຖິງຫົວຄິດປະດິດ ສ້າງຂອງປະຊາຊົນລາວໃນສະໄໝນັັ້ນ. ເມື່ອເຖິງເດືອນສິບສອງລາວຂອງແຕ່ລະປີ ຊາວນະຄອນຫຼວງ ວຽງຈັນໄດ້ພາກັນເຮັດບຸນນະມັດສະການພະທາດຫຼວງໄດ້ເຮັດທຸກໆປີເຊິ່ງເລີ່ມແຕ່ເດືອນສິບສອງ ຂື້ນ ສິບສາມຄ່ຳຮອດເດືອນສິບສອງແຮມ ໜຶ່ງ ຄ່ຳ ບຸນທາດຫຼວງແມ່ນບຸນປະເພນີທາງດ້ານພຸດທະສາສະໜາ ທີ່ບັນພະບູລຸດເຄີຍເຮັດສືບຕໍ່ກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ ເຊິ່ງເປັນວັດທະນະທຳອັນດີງາມ ຂອງຊາດລາວດັ່ງນັ້ນ,ພວກເຮົາຕ້ອງຊ່ວຍກັນປົກປັກຮັກສາຮີດຄອງປະເພນີຂອງຊາດລາວເຮົາລາວເຮົາ  ໄວ້ໃຫ້ໜັ້ນຄົງຕະຫຼອດໄປ                                                        
       ການຮຽນຮູ້ຫຼັກ ພາສາລາວ ແມ່ນ ເພື່ອໃຫ້ມີຄວາມຊຳນິ​ຊຳນານໃນການຟັງ,ເວົ້າ,ອ່ານແລະ  ຂຽນສາມາດໃຊ້ພາສາລາວເປັນເຄື່ອງມືໃນການປະກອບອາຊີບ ແລະ ແລກປ່ຽນຄວາມຄິດເຫັນນຳກັນອັນ  ພາໃຫ້ເກີດຄວາມຈະເລີນທາງດ້ານຄວາມຄິດ, ສະຕິປັນ ແລະ ມີພື້ນຖານປະດິດສ້າງພາສາລາວໃຫ້ກ້າວ ໜ້າ ແລະ ເຂົ້າໃຈໃນພາສາລາວໄດ້ດີ.
2. ຈຸດປະສົງຂອງການຂອງການຂຽນບົດ                                                                   
      -  ເພື່ອນຳ​ສະ​ເໜີການປະຕິບັດການສິດສອນແບບການຈັດກິດຈະກຳການຮຽນ-ການສອນແບບບັນຍາຍ ຫຼື ອະທິບາຍເພື່ອໃຫ້ນັກຮຽນກຳໄດ້ເນື້ອໃນ ແລະ ເຂົ້າໃຈຕໍ່ກັບບົດຮຽນໃນວິຊາ ພາສາລາວບົດທີ 21 ຫົວບົດ ບຸນທາດຫຼວງໃນຊັ້ນປະຖົມສຶກສາປີທີ5.                                                            
     - ເພື່ອໃຫ້ຮູ້ຄຳຄິດເຫັນຂອງນັກຮຽນຕໍ່ກັບການສອນຂອງຄູແບບການຈັດກິດຈະກຳການຮຽນ-ການ ສອນແບບບັນຍາຍເພື່ອພັດທະນາດ້ານການຟັງ, ການຈື່ຈຳຂອງນັກຮຽນ.                                               
             -  ເພື່ອປັບປຸງວິທີການແກ້ໄຂບັນຫາການຮຽນ-ການສອນ ວິຊາພາສາລາວໃຫ້ດີຂື້ນ.
3. ຂອບເຂດຂອງການຂຽນບົດ                                                              
     ບົດລາຍງານບົດນີ້ໄດ້ຂຽນມີເນື້ອໃນເພື່ອລາຍງານກ່ຽວກັບການດຳເນີນການຮຽນ-ການສອນວິຊາພາສາລາວບົດທີ 21 ຫົວບົດບຸນທາດຫຼວງ(ເຊິ່ງເວົ້າເຖິງຮີດ 12 ຄອງ 14  ຂອງລາວເຮົາ)ໃນຊັ້ນປະຖົມປີທີ 5 ເຊິ່ງມີຈຳນວນນັກຮຽນທັງໝົດ 32 ຄົນ,ຍິງ 15 ຄົນ ບົດດັ່ງກ່າວໄດ້ດຳເນີນການສອນຢູ່ໃນໄລຍະພາກຮຽນທີ່ I ສົກຮຽນ 2017 -2018ທີ່ໂຮງຮຽນປະຖົມສົມບູນ ບ້ານນາສະຫວ່າງ ເມືອງແມດ ແຂວງວຽງຈັນ. ໃນການສິດສອນຢູ່ຂັ້ນດັ່ງກ່າວແມ່ນໄດ້ນຳໃຊ້ວິທີການສອນແບບບັນຍາຍ.   
 4. ຜົນປະໂຫຍດຄາດວ່າຈະໄດ້ຮັບ.                                
-    ຈະເປັນການພັດທະນາຄວາມຮູ້ນັກຮຽນທາງດ້ານການອ່ານ.                                    
-    ຈະເປັນພັດທະນາຂະບວນການ, ການດຳເນີນການຮຽນ-ການສອນ.              
-    ຈະເປັນການປັບປຸງການແກ້ໄຂບັນຫາຂອງຄະນະຜູ້ຂຽນບົດ.                               
-    ຈະ​ເປັນ​ການພັດ​ທະ​ນາທັກ​ສະການຟັງ​ຂອງ​ນັກ​ຮຽນ.                                                   




ບົດທີ2
ທິດສະດີ ແລະ ເອກະສານທີ່ກ່ຽວຂ້ອງ
1.  ທິດສະດີທີ່ກ່ຽວຂ້ອງກັບບົດລາຍງານ                                                        
           ທິດສະດີການສອນແມ່ນອິງໃສ່ປື້ມແບບຮຽນ ແລະ ຄູ່ມີຄູຊັ້ນປະຖົມສຶກສາປີທີ5(ປີ2009)ໄດ້ເວົ້າ ວ່າ: ເມື່ອນັກຮຽນ ຮຽນຈົບຕາມຫຼັກສູດປື້ມແບບຮຽນ ພາສາລາວຊັ້ນປະຖົມປີ 5 ແລ້ວ ເຂົາເຈົ້າຈະມີຄວາມ ຮູ້ທາງດ້ານພາສາລາວໃນລະດັບທີ່ກວ້າງຂວາງຂື້ນຕື່ມສາມາດນຳໃຊ້ປະໂຫຍກຄຳເວົ້າທີ່ນີ້ມນວນ. ມີເຫດ ມີຜົນ ແລະ ໂນ້ມນ້າວຈູງໃຈຂອງຜູ້ຟັງດ້ານທັດສະນະຄະຕິ ແລະ ຄ່ານິຍົມຈະຕ້ອງມີຄວາມເຄົາລົບນັບຖື ພາສາຂອງເຜົ່າຕ່າງໆທີ່ມີໃນປະເທດເຮົາ, ມີຄວາມຍິນດີ ແລະ ພູມໃຈທີ່ຕົນເອງມີທັກສະ ແລະ ຄວາມ ສາມາດໃນການໃຊ້ພາສາລາວເຊິ່ງເປັນພາສາປະຈຳຊາດ. ການຮຽນພາສາລາວຢູ່ຊັ້ນປະຖົມສຶກສາປີທີ5  ກ່ອນອື່ນໝົດຄູຕ້ອງສຶກສາໃຫ້ເຂົ້າໃຈກ່ຽວກັບຈຸດໝາຍ,ສະມັດຖະພາບຂັ້ນພື້ນຖານດ້ານການສອນ ແລະ  ຈຸດປະສົງສະເພາະບົດຕາມຫຼັກສູດການຮຽນ-ການສອນໃນການສອນພາສາລາວຄູຕ້ອງສອນນັກຮຽນໃຫ້ ຄົບທັງ 4 ທັກສະໃຫ້ສະໝໍ່າສະເໝີກັນເພື່ອເປັນພື້ນຖານແກ່ການນຳໃຊ້ພາສາລາວຢ່າງຖືກຕ້ອງຊັດເຈນ ແລະ ເປັນເຄື່ອງມືໃນການຮຽນວິຊາອື່ນໆໃນລະດັບຊັ້ນສູງຕໍ່ໄປໃຫ້ມີປະສິດທິຜົນດີ
2.    ຫຼັກການທີ່ກ່ຽວຂ້ອງກັບການສອນ           
       ການສອນແມ່ນວິທີ1ທີ່ສຳຄັນທີ່ສຸດໃນອາຊີບຄູໜ່າທີ່ຕົ້ນຕໍແມ່ນເຝິກຄວາມສາມາດ,ຄວາມ  ຊຳນິຊຳນານໃນການສອນໃຫ້ນັກຮຽນເພື່ອສອນໃຫ້ຖືກແບບ,ຖືກວິທີ,ຖືກຫຼັກການໃນການຮຽນ- ການສອນໃຫ້ມີປະສິດທິພາບ, ຢາກໄດ້ແນວນັ້ນຜ່ານການເຝິກແອບ ແລະ ສິດສອນຫຼາຍຄັ້ງ ໃຊ້ເວລາດົນນານການເຝິກແອບບໍ່ແມ່ນຕາມມີຕາມເກີດ ຕາມໃຈມັກຂອງຕົນເອງ. ຕ້ອງປະຕິບັດ ຕາມການສອນແມ່ນມີຫຼາຍວິທີ. ດັ່ງນັ້ນ,ຄູຕ້ອງມີການໄຈ້ແຍກສັງລວມຢ່າງມີຫົວຄິດປະດິດສ້າງ ແລະການສອນວິຊາພາສາລາວວັນນະຄະດີຕ້ອງຮຽກຮ້ອງໃຫ້ນັກຮຽນພວກເຮົາຕ້ອງກຳແໜ້ນທິດ ສະດີ,ບັນດາຫຼັກການ ແລະ ສິລະປະການສອນ. ແຕ່ກ່ອນຈະສອນໄດ້ດີນັ້ນຄູຕ້ອງກຳນົດໃນການ ສອນ. ການສອນຂອງຄູຕ້ອງປະຕິບັດຕາມຫຼັກການສອນດັ່ງລຸ່ມນີ້:                                                 
     ການສອນຕ້ອງສືກສາແນວຄິດໃຫ້ນັກຮຽນແຕ່ຕ້ອງອີງໃສ່ຈຸດພິເສດເນື້ອໃນຂອງບົດຮຽນເພື່ອ  ສ້າງແນວຄິດການເມືອງອັນໃຫ້ແກ່ເດັກໃນອະນາຄົດໃຫ້ເປັນພົນລະເມືອງດີຂອງຊາດ.           
-    ການສອນຕ້ອງສົ່ງເສີມຄວາມຮູ້ວິທະຍາສາດທຳມະຊາດ ແລະ ສັງຄົມໃຫ້ຊັດເຈນເປັນຕົ້ນແມ່ນ ການອະທິບາຍບົດຮຽນເພື່ອໃຫ້ນັກຮຽນມີຄວາມຮູ້ອັນແນ່ນອນ ແລະ ເຊື່ອໝັ້ນຕໍ່ວິທະຍາສາດ.  
-     ການສອນຕ້ອງໃຫ້ສອດຄ່ອງກັບເນື້ອໃນບົດຮຽນ ແລະ ຄວາມສາມາດຮັບຮູ້ຂອງນັກຮຽນແຕ່ລະ ສ່ຳອາຍຸ(ລະຫ່ວາງຄວາມຮູ້ລະດັບຄວາມຮູ້ຈຳນວນຊົ່ວໂມງແຕ່ລະບົດທີ່ມາສອນ).             
-     ການສອນຕ້ອງໃຫ້ຄວາມຮູ້ທີ່ມີຄວາມຕໍ່ເນື່ອງກັນເປັນລະບົບໃນແຕ່ລະບົດເພື່ອໃຫ້ຜູ້ຮຽນເຂົ້າໃຈ ງ່າຍ,ມີຄວາມຮູ້ເປັນລະບົບແລະແໜ້ນໜາດີ.                                                     
-    ການສອນມີຄວາມເປັນປະຊາທິປະໄຕຕໍ່ຜູ້ຮຽນໝາຍຄວາມວ່ານັກຮຽນທຸກຄົນຕ້ອງມີສິດຕອບຄຳ  ຖາມຄູ ແລະ ຄູກໍໃຫ້ໂອກາດແກ່ນັກຮຽນຖາມ
-    ຕອບໃນໝູ່ຄະນະຕາມຫົວຄິດປະດິດສ້າງຄວາມ ສົນໃຈຕໍ່ນັກຮຽນ, ຄູມີແຕ່ຊຸກຍູ້ໃຫ້ນັກຮຽນກ້າຫານ.
2.    ທິດສະດີການສອນ                                                                                
ກ.      ວິ​ທີ​ສອນ​ແບບ​ບັນ​ຍາຍ
        ປື້ມວິທີສິດສອນພາສາລາວ 4 ລະບົບ 3ປີ, ປີ​ທີ2 ໜ້າ 44 ການ​ສອນ​ບັນ​ຍາຍ​ແມ່ນ​ການ​ສອນ​ດ້ວຍ​ຄຳ​ເວົ້າ​ອະ​ທິ​ບາຍ​ທິດ​ສະ​ດີ​ເພື່ອ​ຊ່ວຍ​ໃຫ້​ນັກ​ຮຽ​ນຄົົ້ນ​ຄ້​ວາ​ພິ​ຈາ​ລະ​ນາ ແລະ ຖອດ​ຖອນ​ບົດ​ຮຽນ​ໄດ້​ຢ່າງ​ຊັດ​ເຈນ. ນັກ​ຈິດ​ຕະ​ວິ​ທະ​ຍາ​ຄົນ​ລັດ​ເຊຍ​ໄດ້​ເວົ້າ​ວ່າ: “ຄຳ​ເວົ້າ​ສາ​ມາດ​ທົດ​ແທນ​ທັງ​ໝົດ​ເຄື່ອງ​ປະ​ຈັກ​ຕາ​ແຕ່ບໍ່​ມີ​ເຄື່ອງ​ປະ​ຕາ​ໃດ​ທີ່​ສາມມາດທົດ​ແທນ​ຄຳ​ເວົ້າ​ໄດ້”( ວຽງ​ແກ້ວ​ພິມ​ມະ​ຫາ​ໄຊ 1989 ຄັດ​ຈາກ​ປື້ມ​ວິ​ທີ​ສິດ​ສອນ​ພາ​ສາ​ລາວ 4 ລະ​ບົບ 3 ປີ, ປີ​ທີ2 ໜ້າ​ທີ44)
        ການສອນແບບບັນຍາຍ ໝາຍເຖິງການສອນທີ່ອາໄສຄູເປັນຜູ້ບັນຍາຍ,ອະທິບາຍເປັນຕົ້ນຕໍເພື່ອອະທິບາຍເນື້ອໃນເຫດການ ແລະ ບັນຫາຕ່າງນັ້ນ.ໂດຍທີ່ຄູເປັນຜູ້ສຶກສາຄົ້ນຄວ້າມາກ່ອນ,ສ່ວນນັກຮຽນຈະສະແດງພຶດຕິກຳຕອບສະໜອງ ດ້ວຍການຈົດຈຳ,ບັນທຶກເອົາຄຳອະທິບາຍສິ່ງທີ່ໄດ້ຍິນ ໄດ້ຟັງຕາມຄວາມສາມາດເຂົ້າໃຈ ຫຼື ຮັບຮູ້ເນື້ອໃນເພື່ອຈະນຳເອົາໄປສຶກສາຄົ້ນຄວ້າຕໍ່ໄປ.ໂດຍທົ່ວໄປແລ້ວການ ສອນແບບນີ້ຈະເປັນການສອນລວງດຽວຄືຈາກຄູໄປສູ່ນັກຮຽນ ແຕ່ນັກຮຽນກໍມີສ່ວນຮ່ວມໃນກິດຈະກຳການຮຽນ-ການສອນສ່ວນໃດສ່ວນໜຶ່ງ ໂດຍຂື້ນກັບການວາງແຜນຂອງຄູ.                                          
  (ຂັດຈາກປື້ມວິທີສອນພາສາລາວ 4 ໜ້າ 43-44 )
   ຂ. ການ​ສອນ​ການ​ຕັ້ງ​​ຄຳ​ຖາມ                                                                               
   ຄຳ​ຖາມມີ​ຄວາມ​ສຳ​ຄັນ ແລະ ຄຸນ​ປະ​ໂຫຍດຕໍ່​ກັບ​ການ​ຮຽນ-ການ​ສອນ​ເພາະ​ຈຸດ​ມຸ້ງ​ໝາຍ​ຂອງ​ການ​ສຶກ​ສາ​ໃນ​ປະ​ຈຸ​ບັນ​ແມ່ນ​ຕ້ອງ​ການ​ໃຫ້​ຜູ້​ຮຽນ​ໄດ້​ຄວາມ​ຄິດ​ວິ​ເຄາະ​ບັນ​ຫາ​ດ້ວຍ​ເຫດ​ຜົນ ແລະ ສ້າງ​ສັນ​ພ້ອມ​ທັງ ​ການ​ໃຫ້ຜູ້​ຮຽນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ກຳ​ການ​ສອນ​ເພື່ອພັດ​ທະ​ນາ​ແນວ​ຄິດ​ຂອງ​ຕົນ​ເອງ​ລວມ​ທັງ​ຄວາມ​ເຊື່ອ​ໝັ້ນ​ທີ່​ຖືກ​ຕ້ອງ​ອີກ, ຜູ້​ສອນ​ຕ້ອງ​ໃຊ້ຄຳຖາມໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ, ສິ່ງ​ທີ່​ເກີດ​ຈາກ​ການ​ໃຊ້​ຄຳ​ຖາມ​ນັບ​ທັງ​ເປັນ​ບັນຫາ​ທີ່​ພົບ​ເຫັນ​ໃນ​ທຸກ​ລະ​ດັບ​ການ​ສອນ​ຄື​: ຜູ້​ສອນ​ໃຊ້​ຄຳ​ຖາມບໍ່​ຊັດ​ເຈນ, ​ຄຳ​ຖ​າມ​ຫ​ຍໍ້ຫຼາຍ​ເກີ​ນ​ໄປ​ຈົນ​ຜູ້​ຮຽນ​ບໍ່​ຈຳ​ເປັນ​ໃຊ້​ຄວາມ​ຄິດ ແລະ ບາງ​ເທືຶ່ອ​ເຂົາ​ກໍ​ຖື​ໂອ​ກາດບໍ່​ຖາມ​ເລີຍ​ຜູ້ສອນ​ເປັນ​ຜູ້​ເວົ້​າພຽງ​ຄົນ​ດຽວ.                  
   ຄຸນ​ປະ​ໂຫຍດ​ຂອງ​ຄຳ​ຖາມ                                                   
    - ເພື່ອ​ເສີມ​ສ້າງ​ຄວາມ​ສາ​ມາດ​ທາງ​ດ້ານ​ການ​ຄົ້ນ​ຄິດ​ໃຫ້​ແກ່​ຜູ້​ຮຽ​ນ.                                 
-    ຜູ້​ສອນ​ສາ​ມາດ​ໃຊ້​ຄຳ​ຖາມ​ເພື່ອ​ກະ​ຕຸກ​ຄວາມ​ສົນ​ໃຈ​ຂອງ​ນັກ​ຮຽນ​ໄດ້​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ການ​ ສອນ​ເຊັ່ນ: ການ​ຕັ້ງ​ຄຳ​ຖາມ​ໃຫ້​ນັກ​ຮຽນ​ສັງ​ເກດ​ອາດ​ຈະ​ເປັນ​ການ​ເລີ່ມ​ຕົ້ນ, ເພາະ​ວ່າ​​ການ​ຊັກ​
ຖາມ​ໃນ​ເວ​ລາ​ສະ​ເໜີ​ບົດ​ຮຽນ​ພາ​ໃຫ້​ເກີດ​ການ​ເຂົ້າ​ໃຈໄດ້​ດີ.
-    ຄຳ​ຖາມ​ດີ​ເຮັດ​ໃຫ້​ເກີດ​ການ​ອະ​ທິ​ບາຍ​ຢ່າງ​ຕໍ່​ເນື່ອງ​ເຊິ່ງ​ເປັ​ນ​ການ​ອະ​ທິ​ບາຍ​ຄວາມ​ຄິດ ແລະ ແນວ​ທາງ​ການ​ຮຽນ​ຮູ້.
-    ເຮັດ​ໃຫ້​ຜູ້​ຮຽນ​ມີ​ສ່ວນ​ປະ​ກອບ​ໃນ​ກິດ​ຈະ​ກຳ​ການ​ຮຽນ-ການ​ສອນ.
-    ໃຊ້​ເປັນ​ສື່​ກາງ​ເຊື່ອມ​ລະ​ຫວ່າງ​ຄວາມ​ຮູ້​ເກົ່າ ກັບ​ຄວາມ​ຮູ້​ໃໝ່.
-    ໃຊ້​ຄຳ​ຖາມ​ເພື່ອ​ທົບ​ທວນ ຫຼື ສະ​ຫຼຸບ​ເລື່ອ​ງ​ລາວ​ທີ່​ໄດ້​ສອນ​ໃຫ້​ກະ​ທັດ​ຮັດຫຼາຍ​ຂື້ນ.

ຄ. ການ​ສອນ​ແບບ​ກິດ​ຈະ​ກຳ​ກຸ່​ມ - ສົນ​ທະ​ນາ                                                       
          ການ​ສອນ​ແບບ​ກິດ​ຈະ​ກຳ​ກຸ່ມ-ສົນ​ທະ​ນາ​ເປັນ​ພາກສ່ວນ​ໃຈ​ກາງ​ຂອງ​ການ​ປະ​ຕິ​ບັດ​ການ    ສິດ​ສອນ​ແບບ​ເອົາ​ນັກ​ຮຽນ​ເປັນ​ໃຈ​ກາງ​ເພື່ອ​ຊຸກ​ຍູ້​ໃຫ້​ນັກ​ຮຽນ​ມີ​ສ່ວນ​ຮ່​ວມ​ຢ່າງ​ຫ້າວ​ຫັນ ທັງ​ເປັນ​ການ​ເປີດ​ໂອ​ກາດ ໃຫ້​ນັກ​ຮຽນ​ໄດ້​ຮູ້ ແລະ ເຝິກ​ທັກ​ສະໃໝ່​ໃຫ້​ເຂົາ​ເຈົ້າ​ສົນ​ທະ​ນາ​ທຳ​ຄວາມ​ເຂົ້າ​ໃຈ ແລະ ແນວ​ຄິດ​ໃໝ່.       ການ​ສອນ​ແບບນີ້​ສາ​ມາດ​ນຳ​ໃຊ້​ເຂົ້າ​ໃນ​ບົດ​ຮຽນ​ທີ່​ມີຫຼາຍ​ຂໍ້​ປີກ​ຍ່ອຍ ແລະ ຍືດ​ຍາວ​ຈຸດ​ສຳ​ຄັນ​ຂອງ​ການ​ສອນ​ດ້ວຍ​ວິ​ທີ​ນີ້​ແມ່​ນ​ນັກ​ຮຽນ​ມີ​ສ່ວນ​ຮ່ວມຫຼາຍ ນັກ​ຮຽນ​ສາ​ມາດ​ຄົ້ນ​ພົບ​ເນື້ອ​ໃນ​ຂອງ​ບົດ​ຮຽນ​ວ່າ: ອັນ​ໃດ​ສຳ​​ຄັນ ແລະ ອັນ​ໃດ​ສຳ​ຮອງ ເຮັດ​ໃຫ້​ນັກ​ຮຽນ​ມີ​ຄວາມ​ຊຳ​ນິ​ຊຳ​ນານ​ໃນ​ການ​ສະຫຼຸບ​ເນື້ອ​ໃນ​ບົດ​ຮຽນ. ເພື່ອ​ມີ​ຄວາມ​ກ້າ​ຫານ​ໃນ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ສຳ​ຄັນ​ແມ່ນ​ການ​ເຝິກ​ຝົນ​ຄວາມ​ສາ​ມາດ ທາງ​ດ້ານ​ທັກ​ສະ​ຕ່າງໆ ເຊັ່​ນ: ການ​ຟັງ, ການ​ເວົ້າ, ການ​ອ່ານ ແລະ ການ​ຂຽນ. ສັງ​ລວມ​ແລ້ວ​ການ​ສິດ​ສອນ​ຂອງ​ຄູ​ຈະ​ແມ່ນ​ວິ​ຊາ​ໃດ​ກໍ​ຕາມ​ຄູ​ຄວນ​ພິ​ຈາ​ລະ​ນາ ແລະ ແນະ​ນຳ​ໃຊ້​ວິ​ທີ​ການ​ສອນ​ໃຫ້​ສອດ​ຄ່ອງ​ກັບ​ເນື້ອ​ໃນ​ບົດ​ຮຽນ ແລະ ສະ​ພາບ​ແວດ​ລ້ອມ​ຕ່າງໆ ສິ່ງ​ສຳ​ຄັນ​ຕ້ອງ​ຮູ້​ປ​ະ​ສົມ​ປະ​ສານ​ການ​ສອນຫຼາຍ​ແບບຫຼາຍ​ວິ​ທີ.  
                            
















                                                        ບົດ​ທີ3
ວິທີດຳເນີນການ
1.       ການປະຕິບັດຕົວຈິງໃນຫ້ອງ.                                                     
       ການ​ສິດ​ສອນ​ຕົວ​ຈິງຜ່ານມາແມ່ນໄດ້ດຳເນີນສອນແບບເກົ່າ ແລະ ແບບໃໝ່ໄປນຳກັນ,ແຕ່ ສ່ວນຫຼາຍການສອນມີລັກສະນະແບບເກົ່າຫຼາຍກວ່າຍ້ອນສະຖານທີ່,ໂຕະຕັ່ງບໍ່ເອື້ອອຳນວຍ, ແຕ່ຂັ້ນຕອນໃນການສອນວິຊາ ພາສາລາວ ຕ້ອງດຳເນີນການສອນ ໄປຕາມຈຸດປະສົງ, ເນື້ອໃນ, ກິດຈະກຳການຮຽນ - ການສອນ, ເວລາ, ອຸປະກອນ ແລະ ການປະເມີນຜົນ ແຕ່ໄດ້ສອນໄປຕາມຂັ້ນນຳ, ຂັ້ນສອນ, ຂັ້ນສະຫຼຸບ, ຂັ້ນວັດຜົນ,ຂັ້ນຕັກເຕືອນ ແລະ ມອບວຽກບ້ານ ເພື່ອໃຫ້ການສອນສະດວກ ແລະ ດຳເນີນໄປດ້ວຍດີ.
ການກະກຽມ ແລະ ການວາງແຜນ                                                         
    ກ່ອນຈະຂື້ນຫ້ອງສອນຕ້ອງໄດ້ກະກຽມໃນການແຕ່ງບົດສອນເພື່ອວາງຈຸດປະສົງໃນກາສ້າງກິດ ຈະກຳໃຫ້ເໝາະສົມກັບເນື້ອໃນບົດຮຽນເພື່ອ​ຜະລິດອຸປະກອນ ແລະ ວາງແຜນການສອນ ວ່າຈະເຮັດແນວໃດ? ນັກຮຽນຈຶ່ງຈະເຂົ້າໃຈ ເພື່ອໃຫ້ການສອນດຳເນີນໄປຢ່າງສະດວກ
ຈຸດປະສົງ ເພື່ອໃຫ້ນັກຮຽນສາມາດ:
-ສົນທະນາກ່ຽວກັບຮູບໃນບົດ ແລະ ເລົ່າເລື່ອງບົດທີ່ອ່ານແລ້ວໄດ້.
-ອ່ານຈັບໃຈຄວາມເພື່ອເກັບກຳເນື້ອໃນຂອງບົດ ແລະ ຕອບຄຳຖາມໄດ້.
-ອ່ານອອກສຽງ,ປົງສຽງຖືກວັກຕອນ, ແຈ່ມແຈ້ງ ແລະ ລຽ່ນໄຫລ.
ເນື້ອໃນຕົ້ນຕໍ
ເວົ້າເຖິງຄວາມເປັນມາຂອງພະທາດຫຼວງ,ເວລາ ແລະ ພິທີໃນການນະມັດສະການພະ ທາດຫຼວງ                                                             
ສື່ການຮຽນ - ການສອນ                                                                            
-    ປື້ມແບບຮຽນ ແລະ ຄູ່ມືຄູພາສາລາວຊັ້ນປ5
-    ຮູບພາບກ່ຽວກັບພະທາດຫຼວງ, ງານບຸນທາດຫຼວງທີ່ຫາມາໄດ້. 
ກິດຈະກຳການຮຽນ-ການສອນ                                            
-    ຂັ້ນນຳ: ກວດກາຈຳນວນພົນ, ສ້າງບັນຍາກາດ, ທວນຄືນບົດຮຽນເກົ່າ.ໂດຍຄູຕັ້ງຄຳຖາມ ວ່າ: ຊາວໜຸ່ມລາວມີພັນທະຕໍ່ປະເທດຊາດແນວໃດ? (ເພື່ອຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເພື່ອປົກປ້ອງປະເທດຊາດ)
-    ຂັ້ນສອນ: ຄູຂຽນຫົວບົດໃສ່ກະດານ, ຄູຍົກຮູບບຸນທາດຫຼວງແລ້ວສົນທະນາຖາມນັກຮຽນ  ວ່າ: ໃນຮູບນີ້ມີຫຍັງແດ່? (ທາດຫຼວງ, ຄົນ,ບຸນທາດຫຼວງ) ຄູອະທິບາຍການເຮັດບຸນ  ທາດຫຼວງໃຫ້ນັກຮຽນຟັງ, ແລ້ວຄູອ່ານເນື້ອໃນບົດຮຽນໃຫ້ນັກຮຽນຟັງ ແລະ ໃຫ້ນັກຮຽນຕິດຕາມ 1-2 ເທື່ອ.  ແລ້ວໃຫ້ນັກຮຽນອ່ານໃນໃຈເທື່ອຊອກຫາເນື້ອໃນຕົ້ນຕໍ ເປັນບຸກຄົນ, ໃຫ້ນັກຮຽນອາສາສະໝັກອອກມາອະທິບາຍເນື້ອໃນຂອງບົດຕາມຄວາມເຂົ້າໃຈ ຄູ ແລະ ນັກຮຽນຮ່ວມກັນສະຫຼຸບບົດຮຽນ. (ເວົ້າເຖິງຄວາມເປັນມາຂອງພະທາດຫຼວງ, ເວລາ ແລະພິທີໃນນະມັດສະການທາດຫຼວງ) ຄູນຳພານັກຮຽນອ່ານ 1-2 ເທື່ອ. ແລ້ວໃຫ້ນັກຮຽນຈົດເອົາບົດຮຽນ ແລະ ຕອບຄຳຖາມທ້າຍບົດ.
-    ຂັ້ນສະຫຼຸບ : ເມື່ອສອນສຳເລັດແລ້ວ ຄູສະຫຼຸບບົດຮຽນໃຫ້ນັກຮຽນໂດຍຫຍໍ້ກ່ຽວກັບເນື້ອໃນຂອງບົດ.
(ເວົ້າເຖິງຄວາມເປັນມາຂອງພະທາດຫຼວງ, ເວລາແລະ ພິທີການນະມັດສະການພະທາດ ຫຼວງ)
  ວັດ ແລະ ປະເມີນຜົນ
-    ການສົນທະນາກ່ຽວກັບຮູບໃນບົດ ແລະ ເລົ່າຕາມບົດທີ່ໄດ້ອ່ານ.
-    ການອ່ານຈັບໃຈຄວາມເພື່ອເກັບກຳເນື້ອໃນຂອງບົດ ແລະ ຕອບຄຳຖາມ.
-    ການອ່ານອອກສຽງ, ປົງສຽງຖືກວັກຕອນ,ແຈ່ມແຈ້ງ ແລະ ລ່ຽນໄຫລ.              
1.1      ບັນຫາທີພົບເຫັນ                                             
ຜ່ານ​ການ​ສອນ​ຕົວ​ຈິງ​ໃນ​ຫ້ອງ​ປ5 ໄດ້ພົບເຫັນບັນຫາດັ່ງນີ້:                          
1. ນັກຮຽນບາງຄົນອ່ານເນື້ອໃນບົດຮຽນຍັງບໍ່ໄດ້ ແລະ ຍັງບໍ່ເຂົ້າໃຈເນື້ອໃນບົດຮຽນ.
2. ນັກຮຽນບາງຄົນອ່ານພາສາລາວບໍ່ຖືກຕາມສຽງໃນພາສາລາວ.                               
   1.2  ວິທີແກ້ໄຂ
        ຜ່ານມາເຄີຍແກ້ໄຂບັນຫາຂ້າງເທິງດັ່ງນີ້:
1.    ຄູພານັກຮຽນອ່ານຄືນອີກ 2 – 3 ເທື່ອ ແລະ ແນະນຳໃຫ້ໄປອ່ານຢູ່ບ້ານຕື່ມອີກ.
2.    ໃຫ້​ນັກ​ຮຽນ​ຜູ້​ທີ່​ອ່ານ​ບໍ່​ໄດ້ໄປ​ນັ່ງນຳຜູ້ທີ່ອ່ານໄດ້ໂດຍຜູ້ອ່ານໄດ້ພາອ່ານ.
3.    ໃຫ້ນັກຮຽນສາທິດການຟ້ອງສຽງ.
      ຕົວຢ່າງ: “ວຽງຈັນ” ນັກຮຽນອ່ານອອກສຽງວ່າ “ ວຽງຈານ ”   
4.    ຄູອ່ານໃຫ້ນັກຮຽນເບິ່ງ2-3ເທື່ອໃຫ້ນັກຮຽນຜູ້ທີ່ອ່ານບໍ່ຖືກຕິດຕາມເບິ່ງ ແລ້ວຄູຕິດຕາມການອ່ານ ຖ້າຍັງອ່ານບໍ່ທັນໄດ້ຄູໃຫ້ອ່ານຫຼາຍເທື່ອຈົນກວ່ານັກຮຽນອ່ານໄດ້ ແລະ ແນະນຳໃຫ້ໝູ່ຄູ່ຜູ້ທີ່ອ່ານໄດ້ຊ່ວຍເຫຼືອລາວໃນເວລາຫວ່າງຕື່ມອີກ. 







ບົດທີ4
             ຜົນໄດ້ຮັບ
1.   ສົມທຽບລະຫວ່າງທິດສະດີ ແລະ ການປະຕິບດຕົວຈິງ
ຜ່ານການສອນຕົວຈິງສາມາດໃຫ້ນັກຮຽນຮູ້, ເຂົ້າໃຈເນື້ອໃນບົດຮຽນໃຫ້ເລິກເຊິ່ງ. ການ  ສອນແບບບັນຍາຍເປັນການສອນທີ່ເອົາຄູເປັນໃຈກາງຄູເປັນຜູ້ບັນຍາຍ ຫຼື ອະທິບາຍບົດຮຽນໃຫ້ນັກຮຽນຟັງ ສ່ວນເນື້ອໃນບົດຮຽນນັ້ນຈະຍາວ ຫຼື ສັ້ນແມ່ນຂື້ນກັບຄູກຳນົດໄວ້. ພ້ອມກັນນັ້ນຜ່ານການສຶກສາຄົ້ນຄວ້າບົດປະກອບການຮຽນ-ການສອນ​ນີ້ເຮັດໃຫ້ພວກເຮົາ ເຫັນຄວາມໝາຍຄວາມສຳຄັນຂອງວິຊາ ພາສາລາວໂດຍສະເພາະແມ່ນ ບົດ ບຸນທາດຫຼວງບຸນທີ່ສຳຄັນໃນການ ຮຽນ - ການສອນ​ເພື່ອໃຫ້ນັກຮຽນ ຮຽນຮູ້ກ່ຽວກັບຮີດຄອງປະເພນີ,ຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າໃນຍາມບຸນຕ່າງໆ ໃຫ້ນັກຮຽນໄດ້ສຶກສາຮຽນຮູ້ໃນອະນາຄົດ. ແຕ່ການສອນແບບບັນຍາຍນີ້ຍ່ອມມີຈຸດດີ ແລະ ຈຸດອ່ອນດ້ວຍກັນຄື:
ຈຸດດີ:  ການສອນແບບບັນຍາຍສາມາດສອນນັກຮຽນໄດ້ຈຳນວນຫຼາຍໂດຍບໍ່ເລືອກສະຖານທີ່ ທັງປະຫຍັດເວລາ, ໃຊ້ເວລາໜ້ອຍແຕ່ນັກຮຽນກໍມີສ່ວນຮ່ວມ,ສາມາດຮັບຮູ້ ແລະ ມີຄວາມເຂົ້າ ໃຈເນື້ອໃນບົດຮຽນໄດ້ຫຼາຍ.
ຈຸດອ່ອນ:  ການສອນແບບຍາຍແມ່ນຄູເປັນຜູ້ເວົ້າໃຫ້ນັກຮຽນຟັງຫຼາຍກວ່າ,ນັກຮຽນຈະມີ ສ່ວນຮ່ວມໜ້ອຍເຮັດໃຫ້ນັກຮຽນມີຄວາມເບື່ອໜ່າຍ ແລະ ມີຄວາມນ້ອຍໃຈຕໍ່ກັບການຮຽນ.













                                                           ບົດທີ5                                                               ສະຫຼຸບ
1.   ສະຫຼຸບການຂຽນບົດໂດຍຫຍໍ້                                                                     
     ໃນການຂຽນບົດລາຍງານກຸ່ມຜູ້ຂຽນສາມາດສັງລວມໄດ້ຫຼາຍບັນຫາ ໂດຍສະເພາະການຮຽນ- ການສອນ ວິຊາພາສາລາວ ເພາະການສອນຂອງ​ຄູ​ແມ່ນເພື່ອສອນ​ໄປ​ຕາມຫຼັກ​ການ​ສອນ​ທີ່​ໄດ້​ຮຽນ​ຮູ້​ເພື່ອ​ຖ່າຍ​ທອດ​ໃຫ້​ນັກ​ຮຽນ​ໃຫ້​ໄປ​ຕາມ​ນະ​ໂຍ​ບາຍຂອງການສຶກສາ.ຄູສອນຕ້ອງ​ໃຫ້ຄວາມສຳຄັນຕໍ່ວຽກງານການຮຽນ-ການສອນ. ຈຸດປະສົງຂອງການສອນກ່ຽວກັບຄວາມໝາຍຂອງບົດບຸນ​ທາດຫຼວງ​ ແລະ ການຂຽນບົດ ແມ່ນເພື່ອໃຫ້ນັກຮຽນຮູ້ຄວາມໝາຍ ແລະ ເນື້ອ​ໃນຂອງບົດບຸນ​ທາດຫຼວງ ແລະ ວິທີການແຕ່ງບົດ​ສອນ ເພື່ອເປັນບ່ອນອ້າງອີງໃນການປັບປຸງການຮຽນ-ການສອນ. ມີການກຳນົດຂອບເຂດເພື່ອເປັນຂໍ້ມູນໃນການ ວາງແຜນພັດທະນາການຮຽນ-ການສອນໃນໂຮງຮຽນໃຫ້ດີຂື້ນ. ຮູ້ນຳໃຊ້ທິດສະດີເຂົ້າໃນການຮຽນ-ການສອນ ໂດຍສະເພາະ ແມ່ນທິດສະດີການຮຽນຮູ້,ທິດສະດີການສອນແບບບັນຍາຍ ແລະ ທິດສະດີແບບຕັ້ງຄຳຖາມຮູ້ເຖິງສາຍພົວພັນ ວິຊາພາສາລາວກັບວິຊາອື່ນໆທີ່ກ່ຽວຂ້ອງ ແລະ ຮູ້ຜົນປະໂຫຍດຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຕໍ່ກັບການສອນ ວິຊາພາສາລາວ ແມ່ນໄດ້ມີການວາງແຜນໃນການດຳເນີນການແຕ່ງບົດສອນການກະກຽມສື່ການສອນ,ນຳ​ໃຊ້ກິດຈະກຳຮ່ວມກັນ ເພື່ອໃຫ້ນັກຮຽນເຂົ້າໃຈ ແລະ ກຳໄດ້ເນື້ອໃນທີ່ຄູສອນມາ ການນຳໃຊ້ທິດສະດີປຽບທຽບໃນການສິດສອນຕົວຈິງຢູ່ໃນໂຮງຮຽນໂດຍສະເພາະແມ່ນການແລກ ປ່ຽນຄວາມຄິດຄວາມເຫັນລະຫວ່າງຄູກັບນັກຮຽນ ຫຼື ນັກຮຽນດ້ວຍກັນ. ຮູ້ນຳໃຊ້ເຕັກນິກການສອນ ການຕັ້ງຄຳຖາມໃຫ້ນັກຮຽນຄົ້ນຄວ້າເພື່ອປະກອບຄຳເຫັນເຂົ້າໃນການຮຽນ-ການສອນ.       
2. ຂໍ້ສະເໜີທົ່ວໄປ.
· ຄວນເອົາໃຈໃສ່ແນະນຳນັກຮຽນໃຫ້ຄົ້ນຄວ້າຕື່ມອີກ.
· ຄວນນຳໃຊ້ວິທິສອນແບບ​​ຕ່າງໆເຂົ້າຕື່ມເຊັ່ນ ສະແດງບົດບາດສົມມຸດທີ່ຕິດພັນກັບເນື້ອໃນບົດຮຽນ
           3. ຂໍ້ສະເໜີການຂຽນບົດໃນຕໍ່ໜ້າ
·   ສະເໜີທາງວິທະຍາໄລຄູບ້ານເກິນ ໃຫ້ເວລາໃນການຂຽນບົດຫຼາຍກ່ວາເກົ່າຕື່ມອີກ.
·   ສະເໜີໃຫ້ທາງວິທະຍາໄລຄູບ້ານເກິນແບ່ງຫົວຂໍ້ໃຫ້ຢູ່ໃນປີ 2 ກ່ອນການຂຽນບົດໃນຕໍ່ໜ້າ.
·   ສະເໜີໃຫ້ທາງວິທະຍາໄລຄູບ້ານເກິນນຳເອົາຫຼັກສູດການຂຽນບົດລາຍງານຢູ່ໃນປີ1ມາ ສອນໃຫ້ນັກສຶກສາເພື່ອເປັນພື້ນຖານໃນການຂຽນບົດລາຍງານຈົບຊັ້ນ





                                             ເອກະສານອ້າງອີງ
ພາສາລາວ                                                                             
1.   ປື້ມ​ຄູ່​ມື​ຄູວິ​ຊາ​ພາ​ສາ​ລາວ​ຊັ້ນ ປ5                          
2.   .ແບບຮຽນພາສລາວ ຊັ້ນປະຖົມສຶກສາປີທີ 5     
3.   ທິດ​ສະ​ດີ​ການ​ສອນ​ບັນ​ຍາຍ(ປື້ມ​ພາ​ສາ​ລາວ 4 ໜ້າ​ທີ 43-44)
4.   https:dexlaos.blogspot.com




















ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
                               ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ  ວັດທະນະຖາວອນ                                            
                                                    ຊີວະປະຫວັດຫຍໍ້



v  ຊື່ແລະນາມສະກຸນ
Ø  ທ້າວ ........................................................................
Ø  ເກີດວັນທີ:
Ø  ບ້ານເກີດ:
Ø  ບ່ອນປະຈຳການ:
Ø  ໃບປະກາດຈົບຊັ້ນ
Ø  ຊັ້ນຕຳແໜ່ງ:                                                                                                      
v  ວັນເດືອນປີເຂົ້າອົງການຈັດຕັ້ງຕ່າງໆ
Ø  ວັນ,ເດືອນ,ປີ ເຂົ້າການ ປະຕິວັດ
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງຊາວໜຸ່ມ
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງກຳມະບານ
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງພັກສຳຮອງ
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງພັກສົມບູນ
Ø  ເບີໂທລະສັບ
Ø  Email :

















ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
                                    ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ  ວັດທະນະຖາວອນ                                 

                                            ຊີວະປະຫວັດຫຍໍ້                       
v  ຊື່ແລະນາມສະກຸນ
Ø  ນາງ ອຸໄຊ ຈັນທະບຸນ
Ø  ເກີດວັນທີ:  21/3/1979
Ø  ບ້ານເກີດ: ໂພນໝີເໜືອ ເມືອງວຽງຄຳ ແຂວງວຽງຈັນ
Ø  ບ່ອນປະຈຳການ: ໂຮງຮຽນປະຖົມສົບູນ  ບ້ານໂພນໝີໃຕ້  ເມືອງວຽງຄຳ ແຂວງວຽງຈັນ
Ø  ໃບປະກາດຈົບຊັ້ນກາງ
Ø  ຊັ້ນຕຳແໜ່ງ: ຄູສອນ                                                                                                       
v  ວັນເດືອນປີເຂົ້າອົງການຈັດຕັ້ງຕ່າງໆ
Ø  ວັນ,ເດືອນ,ປີ ເຂົ້າການ ປະຕິວັດ 19/10/1999
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງຊາວໜຸ່ມ25/9/1995
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງກຳມະບານ15/7/1997
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງພັກສຳຮອງ2/4/2008
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງພັກສົມບູນ7/10/2010
Ø  ເບີໂທລະສັບ 56815504





















ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ  ວັດທະນະຖາວອນ
                                            

                                                      ຊີວະປະຫວັດຫຍໍ້                          
v  ຊື່ແລະນາມສະກຸນ
Ø  ນາງ ຈື່ ຢ່າງ
Ø  ເກີດວັນທີ:  5/2/1975
Ø  ບ້ານເກີດ: ບ້ານ​ຫ້ວຍ​ຄຳ  ເມືອງອະນຸວົງ   ແຂວງໄຊສົມບຸນ
Ø  ບ່ອນປະຈຳການ: ໂຮງຮຽນປະຖົມສົບູນ  ພູຫົວຊ້າງ   ເມືອງອະນຸວົງ ແຂວງໄຊສົມບຸນ
Ø  ໃບປະກາດຈົບຊັ້ນກາງ
Ø  ຊັ້ນຕຳແໜ່ງ: ຄູ​ສອນ                                                                                                       
v  ວັນເດືອນປີເຂົ້າອົງການຈັດຕັ້ງຕ່າງໆ
Ø  ວັນ,ເດືອນ,ປີ ເຂົ້າການ ປະຕິວັດ 1/101997
Ø  ວັນ,ເດືອນ,ປີ ເຂົ້າສະຫະພັນແມ່ຍິງ 19/4/1994
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງຊາວໜຸ່ມ 28/4/1994
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງກຳມະບານ 7/3/2003
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງພັກສຳຮອງ31/5/2011
Ø  ວັນ,ເດືອນ,ປີ ເຂົ້າອົງການຈັດຕັ້ງພັກສົມບູນ31/10/2012
Ø  ເບີໂທລະສັບ 302829411














ความคิดเห็น